.
ບັດ ATM ທຳມະດາ
1. ຜົນປະໂຫຍດການນຳໃຊ້ຜະລິດຕະພັນ
- ຖອນເງິນສົດຢູ່ຕູ້ ATM ຜ່ານລະບົບເຊື່ອມໂຍງ Laps Net ແລະ Napas Viet Nam
- ໂອນເງິນໃນລະບົບຂອງ LaoVietBank
- ຊຳລະໃບບິນບໍລິການໂທລະຄົມ Unitel, LTC, ETL;
- ຊຳລະຄ່ານໍ້າປະປາ ແລະ ໄຟຟ້່າ
- ກວດສອບຍອດເງິນໃນບັນຊີ, ພິມບັນຊີສໍາຮອງ
- ຊຳລະເງິນເດືອນ ແລະ ລາຍຮັບຕ່າງໆໃຫ້ແກ່ພະນັກງານຜ່ານບັນຊີ
- ສາມາດເຊື່ອມຕໍ່ກັບ 4 ບັນຊີສ່ວນຕົວ.
2. ວົງເງິນໃນການນຳໃຊ້ບັດ
ປະເພດທຸລະກຳ |
ວົງເງິນ |
|
ເງິນສົດ |
ຈຳນວນເງິນສູງສຸດ/ຄັ້ງ |
2.000.000 KIP |
ຈຳນວນເງິນຕ່ຳສຸດ/ຄັ້ງ |
10.000 KIP |
|
ຈຳນວນເງິນສູງສຸດ/ມື້ |
10.000.000 KIP |
|
ຈຳນວນຄັ້ງສູງສຸດ/ມື້ |
10 lần |
|
ເງິນໂອນ |
ຈຳນວນເງິນສູງສຸດ/ມື້ |
50.000.000 KIP |
ຈຳນວນຄັ້ງສູງສຸດ/ມື້ |
|
3. ເງື່ອນໄຂອອກບັດ
- ບຸກຄົນທີ່ຖືສັນຊາດລາວ ຫລື ຄົນຕ່າງປະເທດທີ່ດຳລົງຊີວິດຢູ່ລາວ ທີ່ມີຄວາມຕ້ອງການນຳໃຊ້ບັດ, ຕອບສະ ໜອງບັນດາເງື່ອນໄຂການອອກບັດ, ນຳໃຊ້ບັດໂດຍທີ່ LaoVietBank ແລະ ກົດໝາຍໄດ້ກໍຳນົດ.
- ມີບັນຊີຢູ່ LaoVietbank.
4. ຂັ້ນຕອນການອອກບັດ
- ປະກອບເອກະສານອອກບັດເຊິ່ງລວມມີດັ່ງນີ້:
+ ໃບສະເໜີເຮັດບັດ ແລະ ສັນຍານຳໃຊ້ບັດ (ລາຍລະອຽດຕາມແບບຟອມ)
+ ສຳເນົາບັດປະຈຳຕົວ/ປື້ມຜ່ານແດນ (ເອົາສະບັບແທ້ມາພ້ອມເພື່ອສົມທຽບ)
- ຫລັງຈາກທີ່ທະນາຄານຍອມຮັບການສະເໜີອອກບັດ, ພາຍໃນ 03- 07 ວັນລັດຖະການ (ບໍນັບວັນພັກ, ວັນບຸນ …) ລູກຄ້າຕ້ອງມາເອົາບັດໂດຍກົງ ຫລືມອບສິດໃຫ້ຜູ້ອື່ນມາເອົາແທນ.
- ອັດຕາຄ່າທຳນຽໝ
ລ/ດ |
ປະເພດຄ່າທຳນຽມ |
ວົງເງິນ |
1 |
ອອກບັດຄັ້ງທຳອິດ |
30.000 ກີບ |
2 |
ປ່ຽນບັດໃໝ່ (ເນື່ອງຈາກເປ່ເພ, ເສຍຫາຍ) |
20.000ກີບ/ຄັ້ງ/ບັດ |
3 |
ຄ່າທຳນຽມປະຈຳເດືອນ |
2.000 ກີບ/ເດືອນ |
4 |
ປ່ຽນລະຫັດ |
10.000 ກີບ/ຄັ້ງ/ບັດ |
5 |
ປິດບັດ |
20.000 ກີບ/ຄັ້ງ/ບັດ |
6 |
ຄ່າທຳນຽມເຮັດທຸລະກຳຢູ່ຕູ້ ATM LaoVietBank |
|
|
- ຖອນເງິນສົດ |
ບໍ່ເສຍຄ່າ |
|
- ໂອນເງິນພາຍໃນລະບົບ LaoVietBank |
ບໍ່ເສຍຄ່າ |
|
- ກວດຍອດເງິນ |
ບໍ່ເສຍຄ່າ |
|
- ບັນຊີສຳຮອງ
|
ບໍ່ເສຍຄ່າ |
|
- ພິມໃບບິນທຸລະກຳ (ທຸລະກຳຢູ່ຕູ້ ATM) |
ບໍ່ເສຍຄ່າ |
7 |
ຄ່າທຳນຽມເຮັດທຸລະກຳຢູ່ຕູ້ ATM ຂອງທະນາຄານທີ່ເຂົ້າຮ່ວມໂຄງການ LAPS |
|
|
- ຖອນເງິນສົດ |
2.000 ກີບ/ຄັ້ງ |
|
- ກວດຍອດເງິນ |
ບໍ່ເສຍຄ່າ |
8 |
ຄ່າທຳນຽມເຮັດທຸລະກຳຢູ່ຕູ້ ATM ຂອງທະນາຄານ ທີ່ເຂົ້າຮ່ວມໂຄງການ Napas/Banknetvn |
|
|
- ຖອນເງິນສົດ |
1,5 USD
|
|
- ກວດຍອດເງິນ |
0,1 USD |
ຄວນເອົາໃຈໃສ່:
+ ຄ່າທຳນຽມຂ້າງເທີງນີ້ຍັງບໍ່ລວມອາກອນມູນຄ່າເພິ່ມ.
+ ອັດຕາແລກປ່ຽນ: ແມ່ນອັດຕາແລກປ່ຽນຂອງທະນາຄານໃນມື້ເຮັດທຸລະກໍາ
+ ອັດຕາຄ່າທຳນຽມນີ້ຍັງບໍ່ລວມຄ່າທຳນຽມທີ່ບັນດາທະນາຄານ/ອົງກອນບັດອື່ນໆກຳນົດ (ຖ້າມີ) ເມື່ອລູກຄ້າ ນຳໃຊ້ບໍລິການຢູ່ໃນລະບົບຂອງບັນດາທະນາຄານ ຫລື ສະຖາບັນການເງິນອື່ນໆ.
+ ອັດຕາຄ່າທໍານຽມນີ້ອາດມີການປ່ຽນແປງຕາມການແຈ້ງການຂອງທະນາຄານໃນໝ້າເວບໄຊຣຊອງທະນາຄານ(website: http://laovietbank.com.la) ຫລື ຜ່ານບັນດາຊອງທາງບໍລິການອື່ນໆ.