.
ບໍລິການອອກບັດດ່ວນ
(ວ່ອງໄວທັນໃຈ)
1. ຄວາມສະດວກເມື່ອອອກບັດ
- ຫລັງຈາກ 20 ນາທີລົງທະບຽນ ທ່ານຈະມີບັດ ATM ເພື່່ອນຳໃຊ້ເຂົ້າໃນການເຮັດທຸລະກຳທັນທີ່ 01 ບັດ.
- ບັນດາຄວາມສາມາດຂອງບັດແມ່ນຈະບໍ່ມີຫຍັງປ່ຽນແປງທຽບກັບຜະລິດຕະພັນບໍລິການອື່ນໆ.
+ ຂໍ້ມູນໃນບັດຄົບຖ້ວນຄື: ຊື່ເຈົ້າຂອງບັດ, ເລກບັດ.
+ ຖອນເງິນສົດໃນຕູ້ ATM ຜ່ານລະບົບເຊື່ອມໂຍງ Bconnex ແລະ NaPas;
+ ໂອນເງິນໃນລະບົບຂອງ LaoVietBank;
+ ຊຳລະໃບບິນໂທລະຄົມ unitel;
+ ກວດສອບຍອດເງິນໃນບັນຊີ, ພິມລາຍການທຸລະກຳຍ້ອນຫລັງຫລ້າສຸດ.
+ ເຊື່ອມຕໍ່ໄດ້ເຖິງ 08 ບັນຊີ;
(ບໍລິການອອກບັດດ່ວນຍັງບໍ່ນຳໃຊ້ກັບຜະລິດຕະພັນບັດ My Avatar)
2. ວົງເງິນໃນການເຮັດທຸລະກຳ
ວົງເງິນໃນການນຳໃຊ້ຜະລິດຕະພັນບັດຈະແຕກຕ່າງກັນຕາມທີ່ຜະລິດຕະພັນບັດທີ່ລູກຄ້າເລືອກນຳໃຊ້. ລາຍ ລະອຽດເພີ່ມເຕີມ: http://laovietbank.com.la/la/category/product-card.html
3. ເງິື່ອນໄຂໃນການອອກບັດ
- ບຸກຄົນທີ່ເປັນຄົນລາວ ຫລື ຄົນຕ່າງປະເທດທີ່ດຳລົງຊີວິດຢູ່ລາວ ມີຄວາມຕ້ອງການນຳໃຊ້ຜະລິດຕະພັນບັດ, ຕອບສະໜອງບັນດາເງື່ອນໄຂໃນການອອກບັດ, ນຳໃຊ້ບັດໂດຍທີ່ LaoVietBank ແລະ ກົດໝາຍໄດ້ກຳນົດ.
- ມີບັນຊີຢູ່ LaoVietbank.
4. ຂັ້ນຕອນການອອກບັດ
- ປະກອບເອກະສານໃນການອອກບັດ:
+ ໃບສະເໜີອອກບັດ ແລະ ສັນຍານຳໃຊ້ບັດ(ລາຍລະອຽດຕາມແບບຟອມ)
+ ສຳເນົາບັດປະຈຳຕົວ/ໜັງສຶຜ່ານແດນ (ເອົາສະບັບແທ້ມາພ້ອມເພື່ອປຽບທຽບ)
- ຫລັງຈາກ 20 ນາທີລົງທະບຽນອອກບັດຮັບບັດທັນທີ.
5. ຄ່າທຳນຽມ
ລ/ດ |
ປະເພດຄ່າທຳນຽມ |
ຄ່າທຳນຽມ |
||
ບັດທຳມະດາ |
ບັດ ATM Gold |
ບັດ ATM Silver |
||
1 |
ຄ່າອອກບັດ |
|||
1.1 |
ອອບບັດຄັ້ງທຳອິດ |
50,000 ກີບ |
70,000 ກີບ |
60,000 ກີບ |
1.2 |
ປ່ຽນບັດ (ເປ່ເພ, ເສຍຫາຍ) |
30,000 ກີບ |
50,000 ກີບ |
40,000 ກີບ |
2 |
ຄ່ານຳໃຊ້ບັດ |
2,000 ກີບ/ເດືອນ |
5,000 ກີບ/ເດືອນ |
4,000 ກີບ/ເດືອນ |
3 |
ຄ່າທຳນຽມອື່ນໆ (ປິດບັດ, ເປີດນຳໃຊ້ບັດຄືນ, ປ່ຽນລະຫັດ PIN) |
ນຳໃຊ້ຕາມບັນດາຜະລິດຕະພັນບັດ ATM ອື່ນໆຂອງ LaoVietBank |
ໝາຍເຫດ: ບັນດາຄ່າທຳນຽມຄ້າງເທິງນີ້ຍັງບໍ່ລວມກັບອາກອນມູນຄ່າເພີ່ມ.