ວັນສຸກ, 19/04/2024

.

ເອກະສານຮຽກເກັບຂາເຂົ້າ

ເມື່ອ​ທ່ານ​ເລືອກ​ຮູບ​ການ ນຳ​ເຂົ້າ​ສິນຄ້າ ​ແບບ​ຮຽກ​ເກັບ​ເອກະສານ ( ​Collection ) ​ແລະ ຕ້ອງ​ໃຫ້​ທະນາຄານ​ຊ່ວຍ​ຮັບ​ຊຸດ​ເອກະສານຮຽກ​ເກັບ​ ທີ່​ຕ່າງປະ​ເທດ​ສົ່ງ​ມາ​ຮຽກ​ເກັບ. ນັ້ນ​ແມ່ນ​ຮູບການ​ບໍລິການ​

ຂອງ​ທະນາຄານ​ແຈ້ງເອກະສານຮຽກ​ເກັບ​ຈາກ​ຕ່າງປະ​ເທດໃຫ້​ກັບ​ລູກ​ຄ້າ ​ແລະ ຕາງໜ້າ​ໃຫ້​ກັບ​ລູກ​ຄ້າ​ທີ່​ນຳ​ເຂົ້າ​ສິນຄ້າ ​ເປັນ​ຜູ້​ຊຳລະ ສິນຄ້າ​ໃຫ້​ຜູ້​ສົ່ງ​ອອກ. ການ​ບໍລິການ​ແຈ້ງ​​ເອກະສານຮຽກ​ເກັບ​ຂອງ 

LaoVietBank ຮັບປະກັນລູກ​ຄ້າ​ຈະ​ໄດ້​ຮັບ​ຊຸດ​ເອກະສານ​ຢ່າງວ່ອງ​​ໄວທີ່​ສຸດ.

ຜົນ​ປະ​ໂຫຍ​ດຕໍ່​ກັບ​ລູກ​ຄ້າ

-    ທ່ານ​ຈະ​ໄດ້​ຮັບ​ການແນະນຳ​​ ໂດຍ​ທີ່ບໍ່​ເສຍ​ຄ່າ​ບໍລິການ ​ແລະ ​ຫຼຸດ​ຜອ່ນຄວາມ​ສ່ຽງ;

-    ​ແຕ່ລະ​ຂັ້ນ​ຕອນ​ສະດວກງ່າ​ຍດາຍ ​ແລະ ຄ່າ​ທຳນຽມ​ຕ່ຳ ຖ້າ​ທຽບ​ກັບ​ເປີດ LC;

-    ​ໃຊ້​ເວລາ​​ໃນ​ການ​ປະຕິບັດ ​ແລະ ​ແກ້​ໄຂໄດ້​ໄວ;

-    ຈະໄດ້ຮັບການສະໜັບສະໜູນທາງດ້ານການເງິນໂດຍຜ່ານຮູບແບບການສະໜັບ ສະໜູນສິນເຊື່ອຂອງການນໍາ​ເຂົ້າ;

-    ຮັບປະກັນ​ຄວາມ​ປອດ​ໄພ​, ປິດ​ລັບ​ຂໍ້​ມູນ​ຂອງ​ລູກ​ຄ້າ.

ຮູບ​ການ​ຮຽກ​ເກັບ

-    ຮຽກ​ເກັບ​ຈ່າຍ​ທັນທີ D/A(ຮຽກ​ເກັບ​ຕາມ​ຮູບ​ການ​ຊຳລະ​ຊຸດຈ່າຍ​ເອກະສານທັນທີ​);

-    ຮຽກ​ເກັບ​ຈ່າຍ​ເປັນ​ງວດ D/P (ຮຽກ​ເກັບ​ຕາມ​ຮູບ​ການ​ຍອມຮັບ ຊຳລະ​​ຈ່າຍຊຸດ​ເອກະສານ​ເປັນ​ງວດ).

ເອກະສານ​ປະກອບ.

-     ໜັງສື​ຮຽກຮ້ອງ​ ຊຳລະ​ຊຸດ​ເອກະສານ​ຮຽກ​ເກັບ ( ຕາມ​ແບບ​ຟອມ ຂອງ ທລວ );

-     ​ເອກະສານ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ;

-     ຊຸດ​ເອກະສານ​ຮຽກ​ເກັບ ຈາກ​ທະ​ນາຄາ​ນຕ່າງປະ​ເທ​ດ;

-     ​​ໃບ​ຍອມຮັບ​ຊຳລະ​ຊຸດ​ເອກະສານຈາກ​ລູກ​ຄ້າ;

-     ບັນດາ​ເອກະສານ​ອື່ນໆ​ທີ່​ກ່ຽວຂ້ອງ​ກັບ​ສັນຍາ​ຊື້​ຂາຍ.