ວັນສຸກ, 19/04/2024

.

ເງິນຝາກສະສົມເພື່ອບຳນານ

      ຜະລິດຕະພັນເງິນຝາກສະສົມເພື່ອບຳນານ ແມ່ນຜະລິດຕະພັນເງິນຝາກມີກຳນົດ, ມີຮູບແບບ ການຝາກເປັນງວດ ດ້ວຍຈຳນວນເງິນທີ່ກຳນົດ ຕາມງວດຝາກທີ່ແນ່ນອນ. ຜະລິດຕະພັນນີ້ເໝາະ ກັບເປົ້າໝາຍລູກຄ້າທີ່ມີລາຍຮັບບໍ່ສູງ ແລະ ໝັ້ນຄົງ, ຕົວຢ່າງ: ພະນັກງານລັດ, ພະນັກງານບໍລິສັດ, ພະນັກງານທະນາຄານ, ບັນດາພະນັກງານ ທີ່ລາຍຮັບໝັ້ນຄົງໃນແຕ່ລະເດືອນ…

1.  ວິທີຊຳລະຕົ້ນທຶນ ແລະ ດອກເບ້ຍ

      - ວິທີການຈ່າຍດອກເບ້ຍ: ຈ່າຍດອກເບ້ຍທຸກໆປີ, ດອກເບ້ຍຈະຖືກໂອນເຂົ້າບັນຊີ CASA ຂອງລູກຄ້າ.

      - ວິທີການຈ່າຍຕົ້ນທຶນ: ເມື່ອຄົບກຳນົດການຝາກ ທະນາຄານຈະປິດບັນຊີລູກຄ້າໂດຍອັດຕະ ໂນມັດ ແລະ ໂອນຈຳນວນເງິນຕົ້ນທຶນ ແລະ ດອກເບ້ຍຂອງປີສຸດທ້າຍເຂົ້າບັນຊີ CASA ຂອງລູກ ຄ້າ.

2.  ກໍລະນີປິດບັນຊີກ່ອນກຳນົດ

      ລູກຄ້າມີສິດປິດບັນຊີກ່ອນກຳນົດ. ກໍລະນີລູກຄ້າປິດບັນຊີກ່ອນກຳນົດລູກຄ້າ ຈະໄດ້ຮັບດອກ ເບ້ຍເງິນຝາກປະຢັດ (SA) ກຳນົດນຳໃຊ້ໃນມື້ຖອນ ຄິດໄລ່ນັບແຕ່ມື້ຈ່າຍດອກເບ້ຍສຸດທ້າຍຈົນຮອດມື້ ທີ່ປິດບັນຊີ, ກໍລະນີຍັງບໍ່ທັນໄດ້ຊຳລະດອກເບ້ຍ (ເປີດບັນຊີຍັງບໍ່ຄົບປີ) ແມ່ນຈະຄິດໄລ່ດອກເບ້ຍໃຫ້ ນັບແຕ່ມື້ເປີດບັນຊີຈົນຮອດມື້ທີ່ປິດບັນຊີ. ທະນາຄານ ຈະບໍ່ເກັບຄືນຈໍານວນເງິນດອກເບ້ຍທີ່ໄດ້ຈ່າຍໃຫ້ ລູກຄ້າໄປແລ້ວ.

3.  ເນຶ້ອໃນກ່ຽວກັບຜະລິດຕະພັນ

      -    ເປົ້າໝາຍລູກຄ້າ:ຜະລິດຕະພັນນີ້ ນຳໃຊ້ສຳລັບບຸກຄົນທີ່ເປັນຄົນລາວ ທີ່ກຳລັງອາໄສຢ່າງຖືກຕ້ອງຕາມກົດ ໝາຍຢູ່ລາວ, ມີອາຍຸແຕ່ 18 ປີ ຂຶ້ນໄປ ສາມາດເປີດບັນຊີເງິນຝາກສະສົມເພື່ອບຳນານໃຫ້ແກ່ຕົນເອງ ແລະ ເປີດໃຫ້ແກ່ຍາດພີ່ນ້ອງ (ພໍ່, ແມ່, ພໍ່ເຖົ້າ, ແມ່ເຖົ້າ, ອາ, ອ້າຍ, ເອື້ອຍ…).

      -    ສະກຸນເງິນ: ກີບ, ບາດ, ໂດລາ

      -    ຈຳນວນເງິນຝາກຕ່ຳສຸດໃນແຕ່ລະງວດ: 100,000ກີບ; 500ບາດ; 10ໂດລາສະຫະລັດ.

      -    ໄລຍະເວລາກຳນົດຝາກ: 3 ປີ, 4 ປີ, 5 ປີ, 6 ປີ, 7 ປີ, 8 ປີ, 9 ປີ, 10 ປີ, 11 ປີ, 12 ປີ, 13 ປີ, 14 ປີ, 15 ປີ, 16 ປີ, 17 ປີ, 18 ປີ, 19 ປີ ແລະ 20 ປີ.