ວັນເສົາ, 20/04/2024

.

ເງິນຝາກ​ມີ​ກຳ​ນົດທຳມະດາ

ຝາກປະຢັດມີກຳນົດ (ຈ່າຍເປັນງວດ)

       ບັນຊີເງິນຝາກປະຢັດມີກຳນົດນີ້ແມ່ນເງິນຝາກທີ່ຜູ້ຝາກ ສາມາດຖອນ​ເງິນ​ເມື່ອ​ຄົບ​ກຳນົດ​ຕາມ​ກຳນົດ​ເວລາ​ໃດ​ໜື່ງທີ່ໄດ້ມີການຕົກລົງກັບທະນາຄານ.

 ຜົນປະໂຫຍດທີ່ລູກຄ້າຈະໄດ້ຮັບ

       -      ມີຫຼາຍໄລຍະຝາກ, ຫຼາກຫຼາຍສະກຸນເງິນຝາກ ແລະ ຄ່ອງຕົວທີ່ສຸດ;

       -      ​ໄດ້ຮັບອັດຕາດອກເບ້ຍເງິນຝາກ ທີ່ໄດ້ລະບຸໄວ້ໃນ ທລວ;

       -      ລູກຄ້າສາມາດຖອນເງິນໄດ້ຢູ່ທຸກໆສາຂາຂອງ ທລວ;

       -      ມີປະກັນ​ເງິນ​ຝາກ;

       -      ລູກຄ້າສາມາດນຳໃຊ້ຍອດເງິນ ໃນບັນຊີຝາກປະຢັດ​ເພື່ອ​ຄ້ຳປະກັນ, ຈຳນຳ​ເພື່ອ​ກູ້​ຢືມ​​ເງິນ​ບັນດາ​ສະ​ຖາ​ບັນ​ການ​ເງິນ;

       -      ລູກຄ້າສາມາດໂອນກຳມະສິດບັນຊີເງິນຝາກປະຢັດໄດ້.

ຄຸນຫຼັກສະນະຂອງຜະລິດຕະພັນ

       -     ປະເພດສະກຸນເງິນ ກີບ, ບາດ, ໂດລາ;

       -     ຍອດບັນຊີຕ່ຳສຸດ 500,000 ກີບ, 100ໂດລາ, 2,000 ບາດ;

       -     ​ໄລຍະ 01,02,03,04,05,06,07,08,09,10,11,12,13,15,18,24,36,48,60 ເດືອນ;

       -     ອັດຕາດອກເບ້ຍຄົງທີ່ ຕະຫລອດໄລຍະເວລາຝາກ, ອັດຕາດອກເບ້ຍແມ່ນຄິດໄລ່​ຕາມ​ຈຳນວນ​ມື້ ແລະ ຈ່າຍໃຫ້ທຸກເດືອນ, ທຸກ 03ເດືອນ, 

ທຸກປີຂຶ້ນກັບແຕ່ລະຜະລິດ ຕະພັນເງິນຝາກ;

       -     ວິທີການຊຳລະອັດຕາດອກເບ້ຍມີຢູ່ 03 ວິທີ: ຊຳລະດອກເບ້ຍລ່ວງໜ້າ, ຊຳລະ​ເປັນ​ເດືອນ ແລະ ຊຳລະເປັນງວດ;

       -     ໝູນ​ຮອບ: ໝູນຮອບໃໝ່ເມື່ອຮອດກຳນົດ, ຖ້າຫາກລູກຄ້າບໍ່ມາປິດບັນຊີທະນາຄານຈະເອົາດອກເບ້ຍບວກເຂົ້າກັບຕົ້ນທຶນ ແລະ ໝູນຮອບໃໝ່ທີ​ມີ​ ໄລຍະ​ເວລາ​​ເທົ່າ​ກັບຮອບ ທຳອິດ ແລະ ນຳໃຊ້ອັດ ຕາດອກເບ້ຍໃນໄລຍະ​ເວລາທີ່ໝູນຮອບນັ້ນ (ບໍ່ນຳໃຊ້ກັບຮູບແບບ ການຈ່າຍດອກເບ້ຍກ່ອນ).

ເງື່ອນໄຂການລົງທະບຽນ

       -      ບຸກຄົນທີ່ເປັນພົນລະເມືອງລາວ, ບຸກຄົນຕ່າງປະເທດ ທີ່ໄດ້ຮັບອະນຸຍາດ ຕາມຂໍ້ກຳນົດ ທີ່ໄດ້ວາງອອກ;

       -      ເປົ້າໝາຍທີ່ເປີດບັນຊີ ເງິນຝາກປະຢັດມີກຳນົດ ດ້ວຍສະກຸນເງິນຕາຕ່າງປະເທດ ແມ່ນບຸກ ຄົນທີ່ອາໃສຢູ່ພາຍໃນປະເທດລາວ.

ເອກະສານການລົງທະບຽນ

       -      ເປີດບັນຊີ: ແບບຟອມຂໍເປີດບັນຊີຈາກ ທລວ, ບັດປະຈຳຕົວ/ສຳມະໂນ/ປັດສະປໍ.

       -      ຖອນເງິນຈາກບັນຊີ: ໃບສະເໜີຖອນເງິນຝາກມີກຳນົດ, ​ໃບຢັ້ງຢືນເງິນຝາກມີກຳນົດ, ເອກະສານ ບັດປະຈຳຕົວ ຕາມທີ່ລົງທະບຽນກັບ ທລວ.